ກອງປະຊຸມຮ່ວມ ລະຫວ່າງ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ກອງປະຕິບັດຄຳຕັດສິນຂອງສານ ປະຈຳແຂວງ.

04/11/2026

ກອງປະຊຸມຮ່ວມ ລະຫວ່າງ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ກອງປະຕິບັດຄຳຕັດສິນຂອງສານ ປະຈຳແຂວງ.

ກອງປະຊຸມຮ່ວມກັນ ລະຫວ່າງ ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ກອງປະຕິບັດຄຳຕັດສິນຂອງສານ ປະຈຳແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 3 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມ ພະ ແນກຍຸຕິທຳແຂວງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກາວີ ເກດດົມລິ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ຊຸດທີ V ແລະ ທ່ານ ໂກສິດ ສິງສະທິດ ຫົວໜ້າກອງປະຕິບັດຄຳຕັດສິນຂອງສານ ປະຈຳແຂວງ, ມີບັນດາທ່ານ ຮອງປະທານຄະນະກຳ ມະການ, ຮອງຫົວໜ້າກອງປະຕິບັດຄຳຕັດສິນຂອງສານ ປະຈຳແຂວງ, ຫົວໜ້າ- ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.
ໃນວາລະຂອງກອງປະຊຸມ ທ່ານ ກາວິ ເກດດົມລິ ໄດ້ແຈ້ງຈຸດປະສົງ ແລະ ເຫດຜົນທີ່ຕ້ອງໄດ້ຮ່ວມກັນລົງນາມເຊັນບົດ ບັນທຶກການປະສານງານຮ່ວມ ໄລຍະປີ 2026-2030 ໃນຄັ້ງນີ້ວ່າ: ແມ່ນເພື່ອເປັນບ່ອນອີງທາງດ້ານຫຼັກການ, ເນື້ອໃນ, ວິທີ ການປະສານງານຮ່ວມ, ຄວາມຮັບຜິດຊອບ ແລະ ມາດຕະການຈັດຕັ້ງປະຕິບັດ, ຮັບປະກັນຂໍ້ມູນຂ່າວສານ ດ້ານເນື້ອໃນ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງສອງພາກສ່ວນໃຫ້ມີຄວາມກົມກຽວ ເປັນເອກະ ພາບ, ຄົບຖ້ວນ ແລະ ທັນເວລາ, ຮັບປະກັນການເປັນເສນາ ທິການທີດີໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ສະພາປະຊາຊົນແຂວງ ແລະ ຄະນະກຳມະການປົກຄອງແຂວງ ຕາມພາລະບົດບາດ, ສິດ ແລະໜ້າທີ່, ພ້ອມດຽວກັນນີ້, ທັງສອງພາກສ່ວນຍັງແຈ້ງສະພາບ ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາໂດຍຫຍໍ້ຕໍ່ກັນ; ຈາກນັ້ນ, ທ່ານ ພັທ ບຸນມາ ວາລະສິງ ຮອງປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ໄດ້ເຜີຍແຜ່ມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ; ທ່ານ ສົມນຶກ ສີສະຫວັນ, ຮອງປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ໄດ້ຜ່ານຮ່າງບົດສະຫລຸບ ປະເມີນຜົນຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກກອງປະຊຸມຮ່ວມ ລະຫວ່າງ ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ກັບ ພະແນກການ, ອົງການ, ກົມກອງ ແລະ ຜ່ານຮ່າງບົດບັນທຶກຮ່ວມ ວ່າດ້ວຍການປະສານງານ. ຈາກນັ້ນ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ ຮ່າງເອກະສານດັ່ງກ່າວ.
ໃນຕອນທ້າຍຂອງກອງປະຊຸມ, ໄດ້ມີພິທີລົງລາຍເຊັນບົດບັນທຶກຮ່ວມຢ່າງເປັນທາງການ ລະຫວ່າງ ຕາງໜ້າ 2 ຝ່າຍ, ພ້ອມທັງມອບ-ຮັບ ບົດບັນທຶກເພື່ອເປັນບ່ອນອີງໃນການພົວພັນ, ປະສານງານ ແລະ ຮ່ວມມືຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສໍາເລັດອີກດ້ວຍ.
#ພາບ - ຂ່າວ ສພຂ ໄຊຍະບູລີ.