ພິທີ​ ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ............................

26/08/2026

ພິທີ​ ປະກາດແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ                            ............................

ໃນວັນທີ 20 ສິງຫາ 2026, ທີ່ຫໍປະຊຸມຫ້ອງວ່າການຂອງແຂວງ (ຫຼັງຕໍ່າ) ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງຂຶ້ນ ແລະ ການແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ. ພິທີດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ມອນໄຊ ລາວມົວຊົ່ງກໍາມະການສູນກາງພັກ, ຮອງປະທານຄະນະປະຈໍາສະພາ ແຫ່ງຊາດ. ເຂົ້າຮ່ວມມີ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ7, ສະມາຊິກສະພາປະຊາຊົນແຂວງ, ພາກສ່ວນກົມວຽກງານສະມາຊິກສະພາແຫ່ງຊາດ, ພະແນກການອ້ອມຂ້າງແຂວງ, ຄະນະຫ້ອງວ່າການ ແລະ ພະນັກງານສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂດຍຫຍໍ້ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ. ຈາກນັ້ນ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 187/ຄປຈ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງ ທ່ານ ເພັງນິລັນ ຄໍາພັນເພັງ ເປັນປະທານ ແລະ ທ່ານ ດຣ ນາງ ໄກຍະສອນ ສີດາ ເປັນຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ. ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ກໍໄດ້ໃຫ້ກຽດມອບມະຕິໃຫ້ແກ່ປະທານ ແລະ ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ7.
ໃນໂອກາດດັ່ງກ່າວ, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ເອົາໃຈໃສ່ປະສານສົມທົບກັບກໍາມາທິການຂອງສະພາແຫ່ງຊາດ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລົງທຶນ ແລະ ບັນດາໂຄງການທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ກໍຄືຊີວິດການເປັນຢູ່ຂອງປະຊາຊົນໃນເຂດເລືອກຕັ້ງ. ນອກຈາກນີ້, ຍັງໄດ້ຊີ້ນຳໃຫ້ປະສານສົມທົບກັບຄະນະປະຈໍາສະພາປະຊາຊົນແຂວງ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອສ້າງ ແລະ ປັບປຸງນິຕິກໍາຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນຕ່າງໆ ຕະຫຼອດຮອດການຕິດຕາມແກ້ໄຂບັນຫາທີ່ຫຍຸ້ງຍາກສັບສົນ ເຊິ່ງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ.
ໃນຕອນທ້າຍ, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ ແລະ ທຸກການຈັດຕັ້ງ ເພີ່ມທະວີການສະໜັບສະໜູນ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອຮັບປະກັນໃຫ້ສາມາດເຮັດສໍາເລັດໜ້າທີ່ ອັນມີກຽດໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ.