ປະທານ ສະພາປະຊາຊົນແຂວງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ,ວັນເດັກນ້ອຍສາກົນວັນສິ່ງແວດລ້ອມໂລກ ແລະ ວັນສົນທິສັນຍາວ່າດ້ວຍສິດທິເດັກ

05/06/2026

ປະທານ ສະພາປະຊາຊົນແຂວງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ,ວັນເດັກນ້ອຍສາກົນວັນສິ່ງແວດລ້ອມໂລກ ແລະ ວັນສົນທິສັນຍາວ່າດ້ວຍສິດທິເດັກ

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2026 ນີ້ແຂວງໄຊຍະບູລີໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມໂລກ ແລະ ວັນສົນ
ທິສັນຍາວ່າດ້ວຍ ສິດທິເດັກ ຂຶ້ນທີ່ຫໍປະຊຸມໃຫຍ່ຂອງ ແລະຈັດກິດຈະກໍາປູກຕົ້ນໄມ້ຂຶ້ນຢູ່ ທີ່ເດີນໂຮງຮຽນ ມສ ໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄໍາພັນເພັງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ, ມີບັນດາຄະນະປະຈຳພັກແຂວງ, ປະທານ, ຮອງປະທານຄະນະກຳມະການປົກຄອງແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະປະຈຳພັກເມືອງ, ປະທານ, ຮອງປະທານຄະນະກຳມະການປົກຄອງເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ອ້ອມຂ້າງເມືອງ, ອໍານວຍ ການໂຮງຮຽນ, ທ່ານນາຍບ້ານ, ນັກທຸລະກິດ, ຊາວໜຸ່ມ, ນັກຮຽນ, ເຍົາວະຊົນ ຕະຫຼອດຮອດ ພໍ່ ແມ່ປະຊາຊົນພາຍໃນເທດສະບານເມືອງໄຊຍະບູລີ ເຂົ້າຮ່ວມພິທີດັ່ງກ່າວຢ່າງພ້ອມພຽງ.
ກ່ອນເຂົ້າພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນເດັກນ້ອຍສາກົນ ຄົບຮອບ 101 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສົນທິສັນຍາວ່າດ້ວຍສິດທິເດັກ 37 ປີ ໄດ້ຮັບຊົມການສະແດງສິລະປະວັນນະ ຄະດີຈາກນ້ອງນ້ອຍນັກຮຽນຈໍານວນ 3 ລາຍການ. ຈາກນັ້ນ ທ່ານ ຄໍາຫຼ້າ ຜິວວັນນາ ກໍາມະການປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊຍະບູລີ ໄດ້ກ່າວເປີດພິທີ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ການຈັດພິທີສະເຫຼີມສະຫຼອງແມ່ນສຸດທີ່ມີຄວາມໝາຍຄວາມສໍາຄັນຄວາມເປັນຫ່ວງເປັນໃຍຂອງການຈັດຕັ້ງພັກ-ລັດ ແລະ ທົ່ວສັງຄົມທີ່ ມີຕໍ່ຊັບພະຍາກອນປ່າໄມ້ອັນລໍ້າຄ່າ, ເຮັດໃຫ້ຊັບພະຍາກອນປ່າໄມ້ມີຄວາມອຸດົມ ສົມບູນ ເປັນແຫຼ່ງທີ່ຢູ່ອາໃສຂອງສັດປ່າ, ຮັກສາແຫຼ່ງນໍ້າ, ຮັກສາຄວາມສົມດຸນທາງດ້ານລະບົບນິເວດ ແລະ ຊີວະນາໆພັນ, ກໍ່ຄືຄວາມເປັນຫ່ວງເປັນໃຍຕໍ່ອະນາຄົດຂອງລູກຫຼານເຍົາວະຊົນ ຜູ້ຈະເປັນໜໍ່ແໜງ ແລະ ສືບທອດພາລະກິດປະຕິວັດຂອງຊາດ. ຊຶ່ງ “ເດັກໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ, ເດັກຄື ອະນາຄົດຂອງປະເທດຊາດ” ການປູກຈິດສໍານຶກໃຫ້ແກ່ລູກຫຼານເຍົາວະຊົນ ແລະ ທົ່ວປວງຊົນ ໃຫ້ມີຈິດສໍານຶກຕໍ່ການຄຸ້ມຄອງປົກປັກຮັກ ສາປ່າໄມ້ ແລະ ສິ່ງແວດລ້ອມ ໃຫ້ມີຄວາມສົມດູນທາງນິເວດ ວິທະຍາ, ໝັ້ນຄົງ ປະຈຸບັນ ເປັນຍຸກທີ່ແຕ່ລະປະເທດ ບໍ່ວ່າໃນພາກພື້ນ ແລະ ສາກົນ ພວມມີການແຂ່ງຂັນກັນພັດທະນາຊັບ ພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນ, ເພື່ອຕອບສະ ໜອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ເພື່ອເປັນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງ. ພັກ ແລະ ລັດຖະບານ ກໍ່ໄດ້ວາງແຜນຍຸດທະສາດວຽກງານປ່າໄມ້ ຮອດປີ 2035, ກໍ່ຄື 07 ແຜນງານ ແລະ 04 ວຽກຈຸດສຸມປິ່ນອ້ອມ ຂອງກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໂດຍເນັ້ນໃສ່ການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ກວມ 70% ຂອງເນື້ອທີ່ທົ່ວປະເທດ ດ້ວຍ ການປູກໄມ້, ເຄື່ອງປ່າຂອງດົງ ໃຫ້ໄດ້ 05 ແສນເຮັກຕາ, ຟື້ນຟູປ່າໄມ້ໃຫ້ໄດ້ 1,3 ລ້ານເຮັກຕາ ແລະ ຫຼຸດຜ່ອນທາດອາຍເຮືອນແກ້ວໃຫ້ໄດ້ 55 ລ້ານໂຕນ ແລະ ໃນປີ 2026 ນີ້, ທົ່ວແຂວງໄຊຍະບູລີ ມີສວນກ້າເບ້ຍໄມ້ຈໍານວນ 71 ແຫ່ງ (ຂອງລັດ 14 ແຫ່ງ, ຂອງປະຊາຊົນ 41 ແຫ່ງ, ຂອງບໍລິສັດ 16 ແຫ່ງ), ສາມາດເກັບແກ່ນພັນໄມ້ໄດ້ 44.034 ກິໂລ, ທຽບໃສ່ແຜນການປະຕິບັດໄດ້ 2.293%, ຜະລິດເບ້ຍໄມ້ ໄດ້ 4.471.421 ເບ້ຍ, ທຽບໃສ່ແຜນການປະຕິບັດໄດ້ 186,30% ແລະ ມາຮອດປັດຈຸບັນໄດ້ປູກໄມ້ ກ່ອນວັນທີ 01 ມິຖຸນາ 2026 ຈໍານວນ 281 ຕອນ, ເນື້ອທີ່ 736,46 ເຮັກຕາ, ປູກໄມ້ໄດ້ 328.185 ເບັ້ຍ, ສໍາລັບປູກໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ 2026 ທົ່ວແຂວງ ຈະປູກຈຳນວນ 36 ຕອນ, ເນື້ອທີ່ 82 ເຮັກຕາ, ມີເບັ້ຍໄມ້ 32.238 ເບ້ຍ ແລະ ຈະສືບຕໍ່ປູກຮອດວັນທີ 30 ສິງຫາ 2026 ໃຫ້ໄດ້ຫຼາຍກວ່າ 01 ພັນເຮັກຕາ, ຟື້ນຟູປ່າໃຫ້ໄດ້ 25.000 ເຮັກຕາຂຶ້ນໄປ. ວັນເດັກສາກົນແມ່ນ ມີຄວາມໝາຍສໍາຄັນ ແນໃສ່ເພື່ອປົກປ້ອງ ແລະ ສັນລະເສີນເດັກໃນທົ່ວໂລກ; ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ຈະກາຍເປັນໜໍ່ແໜງ ແລະ ອະນາຄົດ ຂອງປະເທດ ຊາດໃນມື້ໜ້າ. ບັນດາປະເທດໃນທົ່ວໂລກ ຈຶ່ງໄດ້ມີການສະເຫຼີມສະຫຼອງວັນເດັກສາກົນ ຕາມເງື່ອນໄຂຕົວຈິງຂອງປະເທດຕົນ. ວັນເດັກສາກົນ (ວັນທີ 01 ມິຖຸນາ) ຍັງເປັນວັນທີ່ທຸກພາກສ່ວນໄດ້ມີໂອກາດເຮັດໜ້າທີ່ຄວາມຮັບຜິດຊອບຂອງຕົນ ນັບທັງການ ເບິ່ງແຍງດູແລ ແລະ ການໃຫ້ບໍລິການຕໍ່ແມ່ ແລະ ເດັກ, ປົກປ້ອງ ແລະ ປ້ອງກັນເດັກຈາກສິ່ງຫຍໍ້ທໍ້ຕ່າງໆ ແລະ ໄພຂົ່ມຂູ່ທີ່ອາດຈະເກີດຂຶ້ນກັບເດັກ. ທັງນີ້ ການສະເຫຼີມສະຫຼອງ 4 ວັນດັ່ງກ່າວ ກໍ່ເພື່ອສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ເພີ່ມທະວີການເອົາໃຈໃສ່ ເຮັດໃຫ້ວຽກງານປູກໄມ້, ຟື້ນຟູປ່າ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ປີ 2026 ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດ ໝາຍ. ພ້ອມນີ້ ໄດ້ມອບຂອງຂວັນລາງວັນໃຫ້ແກ່ນ້ອງນ້ອຍທີ່ສະແດງສິລະປະວັນນະຄະດີ ເປັນກຽດມອບຂອງຂວັນ ຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະ ກໍາມະການປົກຄອງແຂວງ. ໃນຕອນທ້າຍພິທີ ການນໍາຂອງແຂວງ, ເມືອງ ໄດ້ຮ່ວມກັນຕັດແຖບຜ້າ, ປ່ອຍປຸມເປົ້າ ເພື່ອເປີດພິທີສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຢ່າງເປັນທາງການ. ຈາກນັ້ນ ບັນດາການນໍາຂອງແຂວງແລະ ເມືອງ ໄດ້ຮ່ວມກັນປູກຕົ້ນໄມ້ຢູ່ໂຮງຮຽນມັດທະຍົມສົມບູນໄຊຍະບູລີ ແລະ ບັນດາພະແນກການອ້ອມຂ້າງແຂວງອີກ.
ຂ່າວ+ພາບ: ສພຂ