ພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນຂອງຄະນະສະ ມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງບໍ່ແຕນ .........................

14/05/2026

ພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນຂອງຄະນະສະ ມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງບໍ່ແຕນ                              .........................

ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2026 ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງບໍ່ແຕນ ໄດ້ຈັດພິທີປະກາດການຈັດ ຕັ້ງ ແລະ ບຸກຄະລາກອນ ຂອງຄະນະສະມາຊິກສະພາປະຊາ ຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍ່ແຕນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງນີລັນ ຄໍາພັນເພັງ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີບັນດາເລຂາພັກເມືອງ, ຄະນະ ກໍາມະການປົກຄອງເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ມີຫົວຫນ້າ, ຮອງຫົວຫນ້າ ຫ້ອງການ, ກົມກອງ, ພະນັກງານຫຼັກແຫຼ່ງ ຂອງເມືອງ ແລະ ພະນັກງານອາວຸໂສບໍານານ ອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍປະຕິບັດຕາມຄໍາແນະນໍາ ຂອງຄະນະປະຈໍາ ສະພາແຫ່ງຊາດ ສະບັບເລກທີ 19/ຄປຈ.ຊຍ, ລົງວັນທີ 26 ສິງຫາ 2025 ແລະ ຄໍາແນະນໍາຂອງຄະນະປະຈໍາສະພາປະຊາ ຊົນແຂວງ ເລກທີ 67/ຄປຈ.ຊຍ; ໃນພິທີທ່ານ ຄໍາປະດິດ ລິນທະວົງ ຮອງຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ໄດ້ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການສ້າງຕັ້ງກົງຈັກຂັ້ນເມືອງ ສະບັບເລກທີ 41/ຄປຈ.ຊຍ, ລົງວັນທີ 30 ເມສາ 2026; ມະຕິ ຂອງຄະນະປະຈໍາສະພາປະຊາ ຊົນແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 52/ ຄປຈ.ຊຍ, ລົງວັນທີ 30/4/2026; ຄະນະປະຈໍາສະພາປະຊາຊົນແຂວງ ຕົກລົງ ແຕ່ງຕັ້ງ ທ່ານ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍ່ແຕນ ແລະ ມະຕິວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 63/ຄປຈ.ຊຍ, ລົງວັນທີ 30/4/2026 ຕົກລົງ ແຕ່ງຕັ້ງ ທ່ານ ນາງ ຄໍາໂກ້ ຈັນທະວົງ ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍ່ແຕນ ແລະ ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາ ຊົນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 64/ຄປຈ.ຊຍ, ລົງວັນທີ 12/5/2026 ເພື່ອແຈ້ງໃຫ້ບັນດາຜູ້ທີ່ຖືກແຕ່ງຕັ້ງ ແລະ ບັນດາຜູ້ທີ່ເຂົ້າຮ່ວມໄດ້ເຂົ້າໃຈຕື່ມ ແລະ ພ້ອມທັງເປັນການຜັນຂະ ຫຍາຍມະຕິດັ່ງກ່າວໄດ້ຮັບຮູ້ ແລະ ເຂົາໃຈຢ່າງເລິກເຊິ່ງ ແລະ ເພື່ອຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ. ຈາກນັ້ນ ທ່ານ ບຸນພະລັງ ວິໄລສັກ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງບໍ່ແຕນ ຕາງໜ້າຄະນະໄດ້ຂຶ້ນຮັບຄໍາໂອວາດ ແລະ ພ້ອມທັງປະຕິຍານ ແລະ ໃຫ້ຄໍາໝັ້ນສັນຍາຕົນຕໍ່ການປະ ຕິບັດໜ້າທີ່ວຽກງານໃນຄັ້ງນີ້ໃຫ້ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານທີ່ໄດຮັບການມອບອັນສົມກຽດນີ້ໃຫ້ດີຂຶ້ນ. ເປັນກ້າວໆ.
ໂດຍ: ສະພາປະຊາຊົນແຂວງ