ພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນຂອງຄະນະສະ ມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງແກ່ນທ້າວ .........................
14/05/2026
ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2026 ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງແກ່ນທ້າວ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງນີລັນ ຄໍາພັນເພັງ ກໍາມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີບັນດາເລຂາພັກເມືອງ, ຄະນະກໍາມະການປົກຄອງເມືອງ, ກໍາມະການພັກເມືອງ, ສະມາ ຊິກສະພາປະຊາຊົນແຂວງ ຊຸດທີ V, ມີຫົວຫນ້າ, ຮອງຫົວຫນ້າ ຫ້ອງການ, ກົມກອງ, ພະນັກງານຫຼັກແຫຼ່ງ ຂອງເມືອງ ແລະ ພະນັກງານອາວຸໂສບໍານານ ອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມຄໍາແນະນໍາ ຂອງຄະນະປະຈໍາ ສະພາແຫ່ງຊາດ ສະບັບເລກທີ 19/ຄປຈ.ຊຍ, ລົງວັນທີ 26 ສິງຫາ 2025 ແລະ ຄໍາແນະນໍາຂອງຄະນະປະຈໍາສະພາປະຊາ ຊົນແຂວງ ເລກທີ 67/ຄປຈ.ຊຍ; ໃນພິທີທ່ານ ຄໍາປະດິດ ລິນທະວົງ ຮອງຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ໄດ້ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການສ້າງຕັ້ງກົງຈັກຂັ້ນເມືອງ ສະບັບເລກທີ 41/ຄປຈ.ຊຍ, ລົງວັນທີ 30 ເມສາ 2026; ມະຕິ ຂອງຄະນະປະຈໍາສະພາປະຊາ ຊົນແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ຄະນະສະມາຊິກສະ ພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 51/ ຄປຈ.ຊຍ, ລົງວັນທີ 30 ເມສາ 2026; ຄະນະປະຈໍາສະພາປະຊາຊົນແຂວງ ຕົກລົງ ແຕ່ງຕັ້ງ ທ່ານ ຄໍາປຸ່ນ ນວນສະບັບ ກໍາ ມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະມາ ຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຫົວໜ້າຄະນະສະມາ ຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ແລະ ມະຕິວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຄະນະສະ ມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະ ບັບເລກທີ 62/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ຕົກລົງ ແຕ່ງຕັ້ງ ທ່ານ ໂອລາ ໄພວົງ ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຮອງຫົວໜ້າຄະນະສະມາ ຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ແລະ ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສະບັບເລກທີ 64/ຄປຈ.ຊຍ, ລົງວັນທີ 12 ພຶດສະພາ 2026 ເພື່ອແຈ້ງໃຫ້ບັນດາຜູ້ທີ່ຖືກແຕ່ງຕັ້ງ ແລະ ບັນດາຜູ້ທີ່ເຂົ້າຮ່ວມໄດ້ເຂົ້າໃຈຕື່ມ ແລະ ພ້ອມທັງເປັນການຜັນຂະຫຍາຍມະຕິດັ່ງກ່າວໄດ້ຮັບຮູ້ ແລະ ເຂົາໃຈຢ່າງເລິກເຊິ່ງ ແລະ ເພື່ອຮັບປະກັນໃຫ້ແກ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າ ທີ່ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ. ຈາກນັ້ນ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ຕາງໜ້າຄະນະໄດ້ຂຶ້ນຮັບຄໍາໂອວາດ ແລະ ພ້ອມທັງປະຕິຍານ ແລະ ໃຫ້ຄໍາໝັ້ນສັນຍາຕົນ ຕໍ່ ການປະ ຕິບັດໜ້າທີ່ວຽກງານໃນຄັ້ງນີ້ໃຫ້ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານທີ່ໄດຮັບການມອບອັນສົມກຽດນີ້ໃຫ້ດີຂຶ້ນເປັນກ້າວໆ.
ໂດຍ: ສະພາປະຊາຊົນແຂວງ

