ໜ່ວຍພັກສະພາປະຊາຊົນແຂວງຈັດພິທີມອບ - ຮັບວຽກລະຫວ່າງເລຂາໜ່ວຍພັກ (ຜູ້ເກົ່າ) ແລະ ຮອງເລຂາໜ່ວຍພັກ. ..............................................
05/05/2026
ໃນຕອນບ່າຍຂອງວັນທີ 28 ເມສາ 2026 ນີ້; ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີມອບ - ຮັບໜ້າວຽກລະຫວ່າງ ສະຫາຍ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ (ຜູ້ເກົ່າ) ແລະ ສະຫາຍ ນາງ ວັນນາ ພົມວິສອນ ກໍາມະການພັກແຂວງ ຮອງເລຂາໜ່ວຍພັກ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກພັກສົມບູນ - ສໍາຮອງພາຍໃນໜ່ວຍພັກເຂົ້າຮ່ວມເປັນສັກຂີພະຍານ;ໃນພິທີ ສະຫາຍ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ເລ ຂາໜ່ວຍພັກສະພາປະຊາຊົນແຂວງ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດ ບັນທຶກການມອບ - ຮັບວຽກ ຈາກນັ້ນ, ໄດ້ມີການລົງລາຍເຊັນໃສ່ບົດບັນທຶກມອບ - ຮັບໜ້າວຽກ ພ້ອມທັງປະຕິບັດນະໂຍບາຍຕໍ່ພະນັກງານທີຖືກຍົກຍ້າຍໜ້າທີ່ ແລະ ພັກຜ່ອນຮັບອຸດໜູນບໍານານ.

ໃນຕອນທ້າຍພິທີຍັງໄດ້ຮັບຟັງການມີຄໍາເຫັນໂອລົມຂອງສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ສະຫາຍຍັງໄດ້ໂອລົມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ເພີ່ມທະວີເຊີດຊູຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງຕົນໃນການຊີ້ນໍາ-ນໍາພາ, ເຊີດຊູນໍ້າໃຈຮັກຊາດ, ສຸມສະຕິປັນຍາເຂົ້າໃນວຽກງານໃນໄລຍະໃໝ່ນີ້, ປັບປຸງແບບແຜນວິທີເຮັດວຽກ, ຍົກສູງຄວາມ ຮັບຜິດຊອບເຂົ້າໃນການນໍາພາວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ຕັ້ງໜ້າເອົາໃຈໃສ່ເຝິກຝົນຫຼໍ່ຫອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາມາຄີພາຍໃນ-ພາຍ ນອກໃຫ້ເປັນປຶກແຜ່ນແໜ້ນໜາ. ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມີຄວາມຮັບຜິດ ຊອບສູງ ກ້າເຮັດ, ກ້າຮັບຜິດຊອບ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ.
ພາບ - ຂ່າວ: ຫ້ອງວ່າການ ສພຂ.ຊຍ.

