05/05/2026
ກອງປະຊຸມ ຄະນະປະຈໍາ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V. ໄດ້ດຳເນີນຂຶ້ນໃນວັນທີ 27 ເມສາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ, ໂດຍການເປັນປະ ທານຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມໂດຍທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວໄດ້ຮັບຟັງການລາຍງານດັ່ງນີ້, ຮັບຟັງການລາຍງານກ່ຽວກັບແຜນການລົງພົບປະເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ; ລາຍງານໂດຍຫຍໍ້ກ່ຽວກັບແຜນວຽກຈຸດສຸມຕ່າງໆ ຂອງຄະນະປະຈໍາສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V; ຮັບຟັງການລາຍງານກ່ຽວກັບການແຕ່ງຕັ້ງ ແລະ ການຈັດຕັ້ງຄວາມຮັບຜິດຊອບ ພາຍໃນສະພາປະຊາຊົນແຂວງ ຊຸດທີ V; ຮັບຟັງການລາຍງານການແຕ່ງຕັ້ງ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ກົງຈັກເປັນເສນາທິການຂັ້ນເມືອງ; ຮັບຟັງການລາຍງານການກະກຽມ ຮ່າງ ມະຕິ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງແຕ່ລະພາກສ່ວນພາຍໃນສະພາປະຊາຊົນແຂວງ ແລະ ຮັບຟັງການລາຍງານ ການກະ ກຽມ ໂຮມກົງຈັກ ແລະ ບຸກຄະລາກອນ ພາຍໃນສະພາປະຊາ ຊົນແຂວງ. ເຊີ່ງທັງໝົດທີ່ໄດ້ກ່າວມາຂ້າງເຖີງນັ້ນ, ແມ່ນບັນດາໜ້າວຽກອັນສະເພາະບົນພື້ນຖານອັນສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ປຶກສາຫາຫລືໃນໝູ່ຄະນະພັກ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ V ພ້ອມທັງເປັນການເອົາໃຈໃສ່ເປັນເຈົ້າການກະກຽມຄວາມພ້ອມສຸມໃສປະຕິບັດວຽກງານຕໍ່ໜ້າ. ພ້ອມດຽວກັນນີ້, ບັນດາຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ V ຍັງໄດ້ສຸມໃສ່ຄົ້ນຄວ້າແລກປ່ຽນຄໍາຄິດ-ຄໍາເຫັນ ເຊິ່ງກັນ ແລະ ກັນ ຢ່າງພາວະວິໄສ, ກົງໄປກົງມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດ ແລະ ມີປະສິດທິພາບສູງ.
ໃນຕອນທ້າຍ, ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະ ພາປະຊາຊົນແຂວງໄຊຍະບູລີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໝັກໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ໃນການຄົ້ນຄິດ-ຄົ້ນຄວ້າຕໍ່ກັບວຽກງານດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ໂດຍ ສະເພາະແມ່ນແຜນກະກຽມດ້ານຕ່າງໆ, ແຜນກຳນົດພະນັກງານ ແລະ ໜ້າວຽກອື່ນໆ ທີ່ກ່ຽວຂ້ອງ, ໂດຍໃຫ້ປະສານສົມທົບກັນຢ່າງລະອຽດຈະແຈ້ງໃນໝູ່ຄະນະ ເພື່ອໃຫ້ຖືກຕ້ອງສອດ ຄ່ອງ ແລະ ໄປໃນທິດທາງດຽວກັນ.
ໂດຍ: ຫ້ອງວ່າການ ສະພາປະຊາຊົນແຂວງ ໄຊຍະບູລີ.

